ປະຫວັດຄວາມເປັນມາ ຂອງ ບໍລິສັດ

ບໍລິສັດ ອານຸສິດ ໂລຈິສຕິກ ຈໍາກັດ ໄດ້ສ້າງຕັ້ງຂື້ນໃນປີ ວັນທີ 17/07/2017 ໂດຍ ທ່ານ ອານຸສິດ ພົມມະຈັນ ພາຍໃຕ້ຊື່ເດີມແມ່ນ ວິສາຫະກິດສ່ວນບຸກຄົນ ອານຸສິດ ເອັກສເພຮດ ເຊິ່ງມີເປົ້າໝາຍຫຼັກຄື ການອໍານວຍຄວາມສະດວກໃຫ້ແກ່ກຸ່ມຕະຫຼາດ E-commerce ໃນ ສປປ ລາວ ທີ່ກໍາລັງເຕີບໂຕຢ່າງຕໍ່ເນື່ອງ, ໂດຍເລີ່ມຕົ້ນມີພະນັກງານງານທັງໝົດພຽງ 05 ຄົນ ແລະ ລະບົບກໍຍັງບໍ່ທັນສະໄໝ ຕໍ່ມາໄດ້ມີພະນັກງານເພີ່ມຂຶ້ນເລື້ອຍໆ ຕາມການຂະຫຍາຍ ສາຂາ ແລະ ໜ່ວຍບໍລິການ ບວກກັບຄວາມຕ້ອງການ ຂອງລູກຄ້າ ທີ່ເພີ່ມຂຶ້ນ, ມາຮອດຕົ້ນໃນປີ 2020 ຈຶ່ງໄດ້ປ່ຽນຮູບການຈາກ ວິສາຫະກິດສ່ວນບຸກຄົນ ມາເປັນ ບໍລິສັດ ໂດຍໃສ່ຊື່ວ່າ ບໍລິສັດ ອານຸສິດ ໂລຈິສຕິກ ຈໍາກັດ ແລະ ປັດຈຸບັນ ດໍາເນີນທຸລະກິດ ພາຍໃຕ້ໃບທະບຽນ ສະບັບເລກທີ 1785/ຈທວ, ລົງວັນທີ 17/08/2022.

ໃນປີ 2022 ທີ່ຜ່ານມາ ບໍລິສັດ ໄດ້ມີການເພີ່ມການບໍລິການໃໝ່ເຂົ້າມາ ນັ້ນກໍຄື ການຂົນສົ່ງ ໄທ-ລາວ ທີ່ສາມາດເປີດໃຊ້ບໍລິການ ແລະ ສະໜອງຄວາມຕ້ອງການ ຂອງ ຜູ້ບໍລິໂພກ ເຊິ່ງປັດຈຸບັນນີ້ມີຫຼາຍກວ່າ 500 ສາຂາ ກວມ 148 ຕົວເມືອງທົ່ວປະເທດ ບວກກັບຄວາມຕ້ອງການ ເຮັດໃຫ້ລູກຄ້າທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ປັດຈຸບັນ ບໍລິສັດ ອານຸສິດ ໂລຈິສຕິກ ຈຳກັດ ໄດ້ນຳໃຊ້ລະບົບອອນລາຍຢູ່ 2 ແອັບຄື: Anousith express ແລະ Easy speed, ໂດຍລະບົບອານຸສິດ ແມ່ນມີ 2 ຮູບແບບຄື: ການຝາກພັດສະດຸ ພາຍໃນແຂວງ ຫຼື ພາຍໃນວັນ (ລະບົບ Same day) ແລະ ການຝາກພັດສະດຸ ໄປຕ່າງແຂວງ (ລະບົບ Next day) ສໍາລັບແອັບ Easy speed ແມ່ນເປັນການຂົນສົ່ງດ່ວນ ພາຍໃນເວລາບໍ່ເກີນ 2 ຊົ່ວໂມງ ເຊິ່ງມີຄວາມທັນສະ ໄໝ ແລະ ວ່ອງໄວທັນໃຈແກ່ຜູ້ຊົມໃຊ້ປັດຈຸບັນ ໂດຍມີລະບົບປະຕິບັດການທີ່ສາມາດຕິດຕາມການຂົນສົ່ງແບບ Real time ບໍ່ວ່າພັດສະດຸຢູ່ໃສ ທາງຜູ້ສົ່ງ ແລະ ຜູ່ຮັບກໍຈະຮູ້ໄດ້ທັນທີ.

ນອກຈາກນີ້ ບໍລິສັດ ຍັງມີບໍລິການເກັບເງິນປາຍທາງ ຫຼື COD (cash on delivery) ເພື່ອຄວາມສະດວກສະບາຍໃຫ້ກັບລູກຄ້າອີກດ້ວຍ. ເຮົາຍັງມີລະບົບສາງເຄື່ອງເຂົ້າ-ອອກທີ່ເປັນລະບົບ ແລະ ປັດຈຸບັນບໍລິສັດ ກໍາລັງພັດທະນາລະບົບ ໂດຍກໍາລັງຈະເປີດຕົວແອບໃໝ່ໃນອານາຄົດອັນໃກ້ນີ້ຄື: ANS FULFILLMENT warehouse and packaging.

ໃນໄລຍະ 5 ປີທີ່ຜ່ານມາ ບໍລິສັດ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງໃນດ້ານການຂົນສົ່ງ ພາຍໃນ ເຊິ່ງໃນໃນປີ 2022 ທີ່ຜ່ານມາ ບໍລິສັດ ໄດ້ມີການເພີ່ມການບໍລິການໃໝ່ເຂົ້າມາ ນັ້ນກໍຄືການຂົນສົ່ງ ໄທ-ລາວ ທີ່ສາມາດເປີດໃຊ້ບໍລິການ ແລະ ສະໜອງຄວາມຕ້ອງການ ຂອງຜູ້ບໍລິໂພກ ເຊິ່ງປັດຈຸບັນນີ້ ມີຫຼາຍກວ່າ 500 ສາຂາ ກວມ 148 ຕົວເມືອງທົ່ວປະເທດ ບວກກັບຄວາມຕ້ອງການ ເຮັດໃຫ້ລູກຄ້າທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ອີກສິ່ງໜຶ່ງນອກຈາກຈະເປັນຕົວເຊື່ອມສໍາຄັນຂອງຕະຫຼາດ E-commerce ແລ້ວ ຍັງມີສ່ວນພັກດັນເສດຖະກິດຂອງ ສປປ ລາວ, ເສີມສ້າງລາຍໄດ້ໃຫ້ກັບຄົນລາວຈໍານວນຫຼາຍໃນແຕ່ລະເດືອນ ແລະ ເປົ້າໝາຍໃຫຍ່ຂອງ ບໍລິສັດ ຄືສ້າງວຽກເຮັດງານທໍາໃຫ້ຄົນລາວໃຫ້ໄດ້ 10.000 ຄົນ ພາຍໃນປີ 2025.