ການປະກັນພັດສະດຸ


📦ການປະກັນພັດສະດຸແມ່ນການບໍລິການເສີມເພື່ອເພີ່ມຄວາມຄຸ້ມຄອງໃຫ້ກັບພັດສະດຸ
ເມື່ອເກີດຄວາມເສຍຫາຍ ຫຼື ສູນເສຍ ເໝາະສຳລັບຄົນທົ່ວໄປທີ່ມັກສົ່ງສິນຄ້າເປັນປະຈຳເຊິ່ງມີຂໍ້ດີດັ່ງນີ້…👇 

ເພີ່ມ​ຄວາມສະບາຍ​ໃຈ​ໃຫ້ກັບ​ຜູ້​ສົ່ງ​
ແລະ ​ຜູ້​ຮັບ​ 

ເຮັດໃຫ້ທ່ານບໍ່ມີຄວາມກັງວົນ
ແລະ ມີເວລາເຮັດອັນອື່ນ 

ບໍ່ຕ້ອງເປັນຫ່ວງເລື່ອງການເສຍຫາຍ
ຫລື ສູນເສຍ 

📌ຕ້ອງການສົ່ງສິນຄ້າໂດຍບໍ່ຕ້ອງກັງວົນ
ຢ່າລືມໃຊ້ບໍລິການປະກັນພັດສະດຸຈາກ ອານຸສິດ ຂົນສົ່ງດ່ວນ 

ໝາຍເຫດ
‼️‼️ ກໍລະນີພັດສະດຸທີ່ມີມູນຄ່າເຄື່ອງ
2,500,000 ກີບ ຂຶ້ນໄປ ລູກຄ້າສາມາດຊື້ປະກັນສິນຄ້າ (ຕາມຄວາມສະຫມັກໃຈຂອງລູກຄ້າ) 

📌 ກໍລະນີບໍ່ມີປະກັນວົງເງິນຮັບຜິດຊອບ:
ກໍລະນີເຄື່ອງແຕກຫັກຊົດໃຊ້ໃຫ້ມູນຄ່າສູງສຸດບໍ່ເກີນ 500,000
ກີບ/ເຄື່ອງ ແລະ ກໍລະນີເຄື່ອງສູນຫາຍຊົດໃຊ້ໃຫ້ສູງສຸດບໍ່ເກີນ 1,000,000 ກີບ/ເຄື່ອງ. 

📌ສຳຫຼັບວົງເງິນຮັບຜິດຊອບກໍລະນີຊື້ປະກັນຄ່າທໍານຽມປະກັນໄພ
3% ຂອງມູນຄ່າເຄື່ອງ ຄຸ້ມຄອງພັດສະດຸສູງສຸດ 25,000,000
ກີບ/ເຄື່ອງ. 

* ການ​ຊື້​ປະ​ປະກັນພັດສະດຸເພີ່ມ​ເຕີມ​
ໃຫ້ບໍລິການສໍາລັບລູກຄ້າທີ່ສົ່ງພັດສະດຸກັບ ອານຸສິດ ຂົນສົ່ງດ່ວນ ໂດຍຕົງເທົ່ານັ້ນ. 


ໄທ-ລາວ ຮັບສັ່ງເຄື່ອງ ແລະ ເກັບປາຍທາງ COD


 📌 ອານຸສິດຂົນສົ່ງດ່ວນ ໄທ-ລາວ ຮັບສັ່ງເຄື່ອງ ແລະ ເກັບປາຍທາງ COD ແລ້ວເດີ້ 

ບໍລິການສັ່ງເຄື່ອງຈາກແອັບຕ່າງໆ 20 ບາດ/ ອໍເດີ້ (ອັດຕາແລກປ່ຽນແປງຕາມມື້)
ລູກຄ້າຕ້ອງໂອນພ້ອມຫຼັງຈາກທີ່ສັ່ງ
 

ບໍລິການເກັບປາຍທາງເລີ່ມຕົ້ນ 30 ບາດ (ອັດຕາແລກປ່ຽນແປງຕາມມື້) ລູກຄ້າຕ້ອງໂອນ
ຫຼັງຈາກທີ່ເຄື່ອງມາຮອດສາຂາ ພະນັກງານຈະຕິດຕໍ່ຫາທ່ານທັນທີເພື່ອຢືນຢັນການຮັບເຄື່ອງ
 

🚫 ໝາຍເຫດ: ບໍ່ລວມຄ່າສົ່ງຈາກໄທມາລາວ 

ສົນໃຈຕິດຕໍ່ໄດ້ທີ່ເບີ 020 54 686 065 ເບີນີ້ເບີດຽວເທົ່ານັ້ນ