ການປະກັນພັດສະດຸ
📦ການປະກັນພັດສະດຸແມ່ນການບໍລິການເສີມເພື່ອເພີ່ມຄວາມຄຸ້ມຄອງໃຫ້ກັບພັດສະດຸ
ເມື່ອເກີດຄວາມເສຍຫາຍ ຫຼື ສູນເສຍ ເໝາະສຳລັບຄົນທົ່ວໄປທີ່ມັກສົ່ງສິນຄ້າເປັນປະຈຳເຊິ່ງມີຂໍ້ດີດັ່ງນີ້…👇
✅ ເພີ່ມຄວາມສະບາຍໃຈໃຫ້ກັບຜູ້ສົ່ງ
ແລະ ຜູ້ຮັບ
✅ ເຮັດໃຫ້ທ່ານບໍ່ມີຄວາມກັງວົນ
ແລະ ມີເວລາເຮັດອັນອື່ນ
✅ ບໍ່ຕ້ອງເປັນຫ່ວງເລື່ອງການເສຍຫາຍ
ຫລື ສູນເສຍ
📌ຕ້ອງການສົ່ງສິນຄ້າໂດຍບໍ່ຕ້ອງກັງວົນ
ຢ່າລືມໃຊ້ບໍລິການປະກັນພັດສະດຸຈາກ ອານຸສິດ ຂົນສົ່ງດ່ວນ
ໝາຍເຫດ
‼️‼️ ກໍລະນີພັດສະດຸທີ່ມີມູນຄ່າເຄື່ອງ
2,500,000 ກີບ ຂຶ້ນໄປ ລູກຄ້າສາມາດຊື້ປະກັນສິນຄ້າ (ຕາມຄວາມສະຫມັກໃຈຂອງລູກຄ້າ)
📌 ກໍລະນີບໍ່ມີປະກັນວົງເງິນຮັບຜິດຊອບ:
ກໍລະນີເຄື່ອງແຕກຫັກຊົດໃຊ້ໃຫ້ມູນຄ່າສູງສຸດບໍ່ເກີນ 500,000
ກີບ/ເຄື່ອງ ແລະ ກໍລະນີເຄື່ອງສູນຫາຍຊົດໃຊ້ໃຫ້ສູງສຸດບໍ່ເກີນ 1,000,000 ກີບ/ເຄື່ອງ.
📌ສຳຫຼັບວົງເງິນຮັບຜິດຊອບກໍລະນີຊື້ປະກັນຄ່າທໍານຽມປະກັນໄພ
3% ຂອງມູນຄ່າເຄື່ອງ ຄຸ້ມຄອງພັດສະດຸສູງສຸດ 25,000,000
ກີບ/ເຄື່ອງ.
* ການຊື້ປະປະກັນພັດສະດຸເພີ່ມເຕີມ
ໃຫ້ບໍລິການສໍາລັບລູກຄ້າທີ່ສົ່ງພັດສະດຸກັບ ອານຸສິດ ຂົນສົ່ງດ່ວນ ໂດຍຕົງເທົ່ານັ້ນ.